Facebook ປະກາດປັບການສະແດງຜົນໃໝ່ ສຳລັບໂພສເທິງ Mobile News Feed ແລະ Ads ຕ້ອນຮັບດີໄຊໃໝ່
Creative Tips ໃນ Facebook Business ໄດ້ອອກມາປະກາດຕໍ່ການປັບປ່ຽນການສະແດງຜົນຮູບແບບໃໝ່ວ່າ:
ໃນວນັທີ 19 ສິງຫາ 2019 ທີ່ຈະມາເຖິງນີ້ ທາງ Facebook ຈະປັບປ່ຽນການສະແດງຜົນເທິງ Mobile News Feed ດັ່ງຕໍ່ໄປນີ້
1. ສຳລັບການສະແດງຜົນຂອງ Text ເທິງໜ້າ Mobile News Feed (ການສະແດງຜົນເທິງໜ້າຟີດມືຖື)
: ຈະປັບຫຼຸດຈຳນວນແຖວຂອງ “Primary Text (ຂໍ້ຄວາມຫຼັກ ຫຼື ເຮົາມັກເອີ້ນກັນວ່າ Caption) ໃຫ້ເຫຼືອພຽງ 3 ແຖວເທົ່ານັ້ນ ແລະ ຜູ້ອ່ານຈະຕ້ອງກົດປຸ່ມ See More ເພື່ອອ່ານຂໍ້ຄວາມທັງໝົດ
: ຊຶ່ງຈາກເດີມການສະແດງຜົນ Primary Text ສະແດງທັງໝົດ 7 ແຖວ, ເຫັນໄດ້ວ່າມີການປັບຫຼຸດການສະແດງຜົນໄປຫຼາຍສົມສົມຄວນ
2. ການສະແດງຜົນຂອງວີດີໂອ ຈະປັບຫຼຸດ Size ເຫຼືອພຽງສັດສ່ວນສູງສຸດທີ່ 4:5 ເທົ່ານັ້ນ (ແຕ່ການສະແດງຜົນເມື່ອກົດເຂົ້າເບິ່ງຈະເປັນຂະໜາດຕາມຕົ້ນສະບັບທີ່ສ້າງ)
: ຍົກຕົວຢ່າງ ສຳລັບວີດີໂອທີ່ມີຄວາມສູງເກີນ 4:5 ຕົວວີດີໂອຈະຖູກ Crop ໃຫ້ຢູ່ໃນຂະໜາດ 4:5 ເທົ່ານັ້ນ, ຄົນເບິ່ງຈະຕ້ອງກົດເຂົ້າໄປໃນວີດີໂອເພື່ອຮັບຊົມໃນຂະໜາດເຕັມ
: ແຕ່ສຳລັບວີດີໂອແນວນອນ ຫຼື ສັດສ່ວນອື່ນໆທີ່ບໍ່ເກີນ 4:5 ລະບົບຈະຍັງຄົງສະແດງຜົນໃນແບບເດີມຕໍ່ໄປ
ຜູ້ທີ່ໂພສ ໂດຍສະເພາະທີ່ຜະລິດຄອນເທ້ນກໍ່ຄວນຈະຮູ້ເງື່ອນໄຂນີ້ເພື່ອປັບຄອນເທັ້ນຂອງຕົນເອງໃຫ້ສອດຄ່ອງກັບເງື່ອນໄຂຂອງ Facebook ເພື່ອບັນດາຂໍ້ຄວາມຈະໄດ້ບໍ່ຕົກຫຼົ່ນ ຫຼື ວີດີໂອ ຈະໄດ້ສະແດງຜົນຢ່າງຖືກຕ້ອງຊັດເຈນ.
ທີ່ມາຂໍ້ມູນ:
https://www.facebook.com/business
Changes to text and aspect ratios on Mobile News Feed
July 2019
Changes to text and aspect ratios on Mobile News Feed
Starting August 19th, 2019, Page posts and ads on mobile will match the look and feel of the new Facebook design introduced earlier this year.
Updates for mobile News Feed:
- Fewer lines of primary text will show on mobile News Feed. Now only 3 lines of primary text will show on Facebook mobile News Feed, after which people will be prompted to click to view additional text.
- Maximum media height for photos and videos will reduce to 4:5 on mobile News Feed. The tallest supported aspect ratio for images without links and for videos is now vertical (4:5). Media taller than 4:5 will be masked on Facebook mobile News Feed.

The changes to text, photos and videos are designed to simplify our formats and improve the consistency of our mobile experience. This will help drive increased ad effectiveness and make it easier to use the same assets on Facebook News Feed and Instagram feed.